ແຜນພັດທະນະເສດຖະກິດສາລະວັນຕ້ອງໄດ້ຄາດໝາຍ
ແຜນພັດທະນະເສດຖະກິດ-ສັງຄົມສົກປີ 2014-2015 ເປັນແຜນໄລຍະທ້າຍສະໄໝ ແລະ ເປັນແຜນສືບຕໍ່ບຸກທະລຸການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ. ທິດທາງຄາດໝາຍໜ້າທີ່ ແລະມາດຕະການປະຕິບັດຕົວຈິງຂອງແຜນການສຳລັບສົກປີ 2014 -2015. ແມ່ນໄປຕາມທິດທາງລວມຂອງແຜນ 5 ປີຂອງແຂວງສາລະວັນດັ່ງນີ້:ແຂວງສາລະວັນຍັງມີສະຖຽນນະພາບທາງດ້ານການເມືອງມີຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ, ພື້ນຖານໂຄງລ່າງເສດຖະ ກິດ-ສັງຄົມໄດ້ຮັບການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນຕາມທິດອຸດສະຫະກຳທັນສະໄໝເທື່ອລະກ້າວ, ການພັດທະນາຂົງເຂດວັດທະນະທຳ-ສັງຄົມມີບາດກ້າວໃໝ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບຂື້ນ, ລັດຖະບານໄດ້ຖືເອົາວຽກງານພັດທະນະຊົນນະບົດ, ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ແລະບັນລຸເປົ້າໝາຍ. ຂະບວນການຜະລິດເປັນສີນຄ້າເກີດມີໜໍ່ແໜງອັນໃໝ່ເປັນຕົ້ນແມ່ນຂະບວນການປູກມັນຕົ້ນໄດ້ມີການແຜ່ຫຼາຍໃນຫຼາຍໆຕົວເມືອງພາຍໃນແຂວງ ແລະ ເຂດຊົນນະບົດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນເທື່ອລະກ້າວອັນພົ້ນເດັ່ນ: ແມ່ນການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງເລກທີ 15A, 15B ແລະເສັ້ນທາງ 1G ໂຄງການລຽບຊາຍແດນເບື້ອງທິດຕາເວັນອອກ, ໂຄງການກໍ່ສ້າງໄຟຟ້າເຊເສັດ 3 ເຂື່ອນ, ເຂື່ອນໄຟຟ້າຂະໝາດນ້ອຍ, ໂຄງການກໍ່ສ້າງນ້ຳປະປາຫຼາຍຕົວເມືອງ ແລະຊົນລະປະທານໄດ້ການບູລະນະສ້ອມແປງເທື່ອລະກ້າວຄຽງຄູ່ກັບການພັດທະນາ.
ຈາກນັ້ນ, ຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ-ເສດຖະກິດ, ຮັກສາຄວາມສະຫງົບ, ຄວາມປອດໄຟຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ໜັກແໜ້ນ.
ສືບຕໍ່ບຸກທະລຸ 4 ດ້ານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ, ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງສາລະວັນ; ສືບຕໍ່ສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ການພັດທະນາບ້ານ, ຄອບຄົວແນໃສ່ຫຼຸດຜ່ອນອັດຕາຄວາມ ທຸກຍາກໃຫ້ຕ່ຳກ່ວາ 10% ຮອດປີ 2015 ສ້າງພື້ນຖານການຜະລິດຢ່າງແຂງແຮງດ້ວຍການຊຸກຍູ້ການຜະລິດໃຫ້ເປັນສີນຄ້າ, ສົມທົບຢ່າງກົມກຽວກັບການຍູ້ແຮງຂະບວນການ 3 ສ້າງ, ສືບຕໍ່ພັດທະນາເສດຖະກິດຂອງແຂວງໃຫ້ມີຄວາມເຂັ້ມແຂງ, ໜັ້ນທ່ຽງ, ເຮັດໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ໂດຍຂຸດຄົ້ນທຸກທ່າແຮງຕົວຈິງຂອງແຂວງ ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ,ຊຸກຍູ້ຢ່າງແຂງແຮງເພື່ອສົງເສີມການຜະລິດເປັນສີນຄ້າ, ສ້າງໃຫ້ໄດ້ຕົວແບບການຜະລິດ, ການປຸງແຕ່ງ, ການບໍລິການ ແລະ ໃຫ້ມີສີນຄ້າປາຍແຫຼມຢູ່ແຕ່ລະເມືອງ, ໃນນີ້ແມ່ນສຸມໃສ່ເມືອງທີ່ເປັນເປົ້າໝາຍທົດລອງ 3 ສ້າງເປັນຕົ້ນຕໍ, ສົງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຄອບຄົວ, ຊຸກຍູ້ສົ່ງເສີມອຸດສາຫະກຳປຸງແຕ່ງໃຫ້ຫຼາຍ; ລວມທັງການສົ່ງເສີມນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດກະສິກຳ-ປ່າໄມ້, ອຸດສາຫະກຳ ແລະການບໍລິການ ສືບຕໍ່ເລັ່ງລັດການພັດທະນາດ້ານສັງຄົມ ແນໃສ່ບັນລຸໄດ້ຄາດໝາຍສະຫັດສະວັດດ້ານການພັດທະນາ MDGS ໃນປີ 2015.