ແຂວງສາລະວັນຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ໃນຕອນເຊົ້າຂອງວັນທີ 11 ຕຸລາ 2018 ນີ້, ແຂວງສາລະວັນໄດ້ຕ້ອນຮັບ ທ່ານ ຈັນສີ ໂພສີຄຳ ກຳ ມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ສາລະວັນ. ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກ – ເຈົ້າແຂວງໆສາລະວັນ ແລະ ມີບັນດາຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ ມີພາກສວນກ່ຽວຂ້ອງເຂົ້າຮ່ວມ.
ການລົງເຄື່ອນໄຫວຢ້ຽມຢາມແຂວງສາລະວັນຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບການໂດຍລວມຂອງແຂວງສາລະວັນ ແລະ ພົບປະໂອ້ລົມຄະນະພັກ - ຄະນະປົກຄອງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ. ເຊິ່ງໃນໂອກາດນີ້ ທ່ານ ເລຂາພັກ – ເຈົ້າແຂວງໆສາລະວັນ ກໍໄດ້ລາຍງານຫຍໍ້ສະພາບລວມຂອງແຂວງ ໂດຍຕີລາຄາວ່າ: ແຂວງສາລະວັນມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,51%, ສະເລ່ຍຕໍ່ຫົວຄົນ 11,17 ລ້ານກີບ. ການຈັດເກັບລາຍຮັບເຂົ້າງົບປະມານບັນລຸ ໄດ້ 122,76 ຕື້ກີບ 59,92% ຂອງແຜນການປີ, ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ກໍໄດ້ຕິດພັນ ກັບການແກ້ໄຂຄວາມທຸກຍາກ ຢ່າງແທ້ຈິງ ມາຮອດປັດຈຸບັນ ແມ່ນກຳລັງສຸມໃສ່ຫັນພະນັກງານລົງຮາກຖານຈຳນວນ 40 ສະຫາຍ ( ເມືອງລະ 5 ສະຫາຍ). ຈາກນັ້ນ, ທ່ານ ຈັນສີ ໂພສີຄຳ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາຂອງຄະນະພັກ, ອົງການປົກຄອງແຂວງໃນການຊີ້ນຳ – ນຳພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງຕ່າງໆ ແລະ ແຜນພັດທະນາເສດຖະກິດ – ສັງຄົມໄປຕາມແຜນທີ່ວາງໄວ້. ແຕ່ທຽບໃສ່ ຄວາມຮຽກຕ້ອງການ ໃນການພັດທະນາແລ້ວ ກໍຍັງຕ້ອງໄດ້ສືບຕໍ່ບຸກບືນ ໂດຍສະເພາະ ຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ສືບຕໍ່ຜັນຂະ ຫຍາຍຜົນຂອງບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃນປີ 2017, ເອົາໃຈໃສ່ໃນການຈັດຕັ້ງປະ ຕິບັດຄຳສັ່ງ 01/ກມສພ ວ່າດ້ວຍ: ການສ້າງພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ເພາະມັນແມ່ນມູນເຊື້ອ, ບົດຮຽນທີ່ຖອດຖອນໄດ້ໃນການກໍ່ສ້າງພັກ – ພະນັກງານຕະຫຼອດໄລຍະຜ່ານມາ ໂດຍເລີ່ມຈາກການກໍ່ສ້າງພະນັກງານ – ສະມາຊິກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຖືສຳຄັນໜ່ວຍພັກ ທີ່ເປັນບ່ອນດຳເນີນຊີວິດ, ເປັນບ່ອນຮັບສະມາຊິກພັກ, ໜ່ວຍພັກຈິ່ງປຽບເໝືອນ “ປະຕູຂອງພັກ”. ໃນການກະກຽມກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ກໍຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງ 04/ກມສພ ກະ ກຽມຄວາມພ້ອມທາງດ້ານເນື້ອໃນ, ບຸກຄະລາກອນ ຖືສຳຄັນການກໍ່ສ້າງພະນັກງານສືບທອດ – ປ່ຽນແທນ ເລີ່ມແຕ່ການຂຶ້ນແຜນກຳນົດພະນັກງານ , ກໍ່ສ້າງພະນັກງານ ຫັນລົງຮາກຖານ ແລະ ຝຶກຝົນໃນວຽກງານຕົວຈິງ.