ເຈົ້າແຂວງສາລະວັນຕ້ອນຮັບການມາຢ້ຽມຢາມ ແລະເຮັດວຽກຂອງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ
ເວລາ 8:00 ໂມງ ວັນທີ 25 ກຸມພາ ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທືນ ແຂວງສາລະວັນ ທ່ານ ຄຳບຸ່ນ ດ້ວງປັນຍາ ກຳມະການສູນກາງພັກ, ເລຂາພັກແຂວງ – ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ພະແນກການອ້ອມຂ້າງແຂວງ ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ສົມສະຫວາດ ເລັ່ງສະຫັວດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະລັດຖະມົນຕີ ແຫ່ງ ສປປລາວ ຢ່າງອົບອຸ່ນ.ຈາກນັ້ນ; ກໍ່ໄດ້ເຮັດວຽກ ແລະ ຮັບຟັງຄຳໂອ້ລົມຈາກ ທ່ານ ຮອງນາຍົກລັດຖະມົນຕີ; ທຳອິດ ທ່ານ ເຈົ້າແຂວງສາລະວັນ ໄດ້ລາຍງານເຖິງສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານຂອງແຂວງໃນໄລຍະ 3 ເດືອນຕົ້ນປີໂດຍຫຍໍ້ ເຊີ່ງທົ່ວແຂວງສາລະວັນສືບຕໍ່ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ພາຍໃນມີຄວາມສາມັກຄີເປັນປືກແຜ່ນ, ກຳລັງປະກອບອາວຸດຂັ້ນຕ່າງໆ ແມ່ນມີຄວາມຕັ້ງໜ້າປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ສະພາບການພັດທະນາເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 11% ລວມຍອດຜະລິດຕະພັນ 3.312.7 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.072 ໂດລາ ເທົ່າກັບ 8.628.754 ກີບຕໍ່ຄົນຕໍ່ປີ (ກະສີກຳກວມ 45,53%, ອຸດສະຫະກຳກວມ 22.72% ແລະ ບໍລິການກວມ 31.61% ), ການລົງທືນຂອງລັດ ສົກປີ 2014-2015 ນີ້ ໄດ້ຈັດຕັ້ງປະຕີບັດ 185 ໂຄງການ,ປະຕິບັດສຳເລັດ 179 ໂຄງການມູນຄ່າ 70 ຕື້ກີບ. ວຽກງານການເງິນ ແລະ ງົບປະມານມາຮອດປະຈຸບັນຈັດເກັບລາຍຮັບໄດ້ 35.775 ຕື້ກີບ ( ແຜນ 103 ຕື້ກີບ ) ເທົ່າກັບ 34.53% ແລະ ປະຕິບັດລາຍຈ່າຍ 124.25 ຕື້ກີບ ເທົ່າກັບ 34.09% ໄດ້ເບີກຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນສົກປີ 2014–2015 ປະຕິບັດໄດ້ 71.924 ຕື້ກີບ ( ຈ່າຍຮອດເດືອນທີ2/2015 ສຳເລັດຈຳນວນໜື່ງແລ້ວ), ວຽກງານ ຮາກຖານການເມືອງ ແລະ ພັດທະນາຊົນນະບົດ:ສືບຕໍ່ລົບລ້າງຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ທົ່ວແຂວງຍັງມີບ້ານທຸກຍາກ 81 ບ້ານ ກວມ 13.78%; ຄອບຄົວທຸກຍາກ 5.783 ຄອບຄົວກວມ 8.24% , ສ້າງບ້ານພັດທະນາໄດ້ 144 ບ້ານ ກວມ 18.84% ( 3 ເດືອນສົກ 2014-2015ປະຕິບັດໄດ້ 54 ບ້ານ ) ວຽກງານສາມສ້າງ ແຂວງສາລະວັນໄດ້ກຳນົດເອົາ 3 ເມືອງ 6 ບ້ານ, ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນບ້ານ ( ເລຂາໜ່ວຍພັກຄວບຕຳແໜ່ງລັດ ແລະ ຈັດຕັ້ງ 5 ໜ່ວຍງານຊ່ວຍວຽກໄດ້ທຸກໆບ້ານທົດລອງ ) 3 ເມືອງທົດລອງສາມາດປະຕິບັດລາຍຮັບເກີນແຜນໄດ້ທຸກເມືອງ ( ເລົ່າງາມ 4.73%, ສາລະວັນ 5.55%, ຕະໂອ້ຍ 37,72%).
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ແລະ ຜົນສຳເລັດຂອງແຂວງ, ເມືອງ ແລະ ບ້ານ ໃນໄລຍະຜ່ານມາ ທີ່ໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດຕາມແຜນການຂອງພັກ ແລະ ນະໂຍບາຍຂອງລັດ ເຊິ່ງເຮັດໃຫ້ແຂວງສາລະວັນ ມີຫຼາຍອັນໄດ້ຮັບການປ່ຽນແປງ ແລະ ຮັບການປັບປຸງດີຂື້ນ, ເຮັດໃຫ້ພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ນອກຈາກນັ້ນ, ທ່ານກໍ່ຍັງໄດ້ໂອ້ລົມ ແລະ ແນະນຳວຽກງານຈຳນວນໜຶ່ງ ໃຫ້ຄະນະພັກ ແລະ ອຳນາດການປົກຄອງແຂວງທຸກຂັ້ນສຶບຕໍ່ຈັດຕັ້ງປະຕິບັດຕື່ມອີກ.