ສະຫາຍ ປະລິນຍາເອກ ຄໍໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ສາລະວັນ.
ເພື່ອເຮັດໃຫ້ການຜັນຂະຫຍາຍມະຕິ, ຄຳສັ່ງຂອງສູນກາງ ກໍຄືຂອງແຂວງເຂົ້າສູ່ລວງເລິກ ແລະ ແທດເຖິງຮາກຖານຕົວຈິງຫຼາຍຂຶ້ນ, ໃນຕອນເຊົ້າ ວັນທີ 26 ພຶດສະພາ 2019 ທີ່ຫ້ອງປະຊຸມພິເສດສະໂມສອນຂອງແຂວງ ສະຫາຍ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ. ເຊິ່ງໃຫ້ກຽດຕ້ອນຮັບຈາກຄະນະນໍາຂອງແຂວງຢ່າງອົບອຸ່ນ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ກໍໄດ້ ຮັບຟັງການລາຍງານ ການກະກຽມເນື້ອໃນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງ, ຂັ້ນພະແນກການ ແລະ ຮາກຖານພັກທຸກໜ່ວຍ, ການຈັດຕັ້ງປະຕິບັດ, ແຜນພັດທະນາເສດຖະກິດ – ສັງຄົມ ຂອງປະຊາຊົນບັນດາເຜົ່າກໍຄືແຂວງສາລະວັນ ທີ່ສະເໜີໂດຍ: ສະຫາຍ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານການກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກໃນແຕ່ລະຂັ້ນ.
ຕອນທ້າຍ ສະຫາຍ ປະລິນຍາເອກ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ກໍໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກ ໃຫ້ເອົາໃຈໃສ່ວຽກງານການສຶກສາອົບຮົມແນວຄິດ, ເອົາໃຈໃສ່ປຸກລະດົມສ້າງເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າເຖິງການສືກສາ, ຕິດພັນກັບການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນຂົງເຂດບໍລິການ ແລະ ການຜະລິດ ເປັນຕົ້ນ ການຜະລິດກະສິກຳ ແລະ ຫັດຖະກຳ ເປັນການສົ່ງອອກກັບທີ່ ແລະ ກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກ, ຖືເອົາການພັດທະນາ ແລະ ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ວັດທະນະທຳ – ສັງຄົມ; ເຂັ້ມງວດສະກັັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໃນຄັ້ງຕໍ່ໄປ.
