ລັດຖະບານອະນຸມັດສ້າງຕັ້ງ “ນະຄອນຫຼວງພະບາງ”
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມຄັ້ງນິ້ໄດ້ຄົ້ນຄວ້າພິຈາລະນາ 9 ບັນຫາສຳຄັນ; ໃນນີ້ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງເຫັນດີໃຫ້ສ້າງຕັ້ງນະຄອນ-ຫຼວງພະບາງ ຕາມການສະເໜີຂອງເຈົ້າແຂວງ ແລະ ສະພາປະຊາປະຊາຊົນແຂວງຫຼວງພະບາງ.
ພ້ອມກັນນີ້ ກໍ່ໄດ້ຕົກລົງດ້ານຫຼັກການ ໃຫ້ສ້າງຕັ້ງນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ແຕ່ຕ້ອງໄດ້ໃຫ້ອຳນາດການປົກຄອງ ແລະ ສະພາປະຊາຊົນທ້ອງຖິ່ນດັ່ງກ່າວ ຮີບຮ້ອນພິຈາລະນາສະເໜີ ຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການ ເພື່ອໃຫ້ໄດ້ປະກາດພ້ອມກັບນະຄອນ ຫຼວງພະບາງ.
ສ່ວນບັນຫາທີ່ດິນ: ກອງປະຊຸມເຫັນດີຮັບຮອງທາງດ້ານຫຼັກການ ບົດລາຍງານຂອງຄະນະສະເພາະກິດ ໃນການກວດກາ, ສະຫຼຸບ, ຕີລາຄາ, ຄົ້ນຄວ້າວິໄຈ ສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນໄລຍະຜ່ານມາ; ຮັບຮອງຮ່າງແຜນຈັດສັນທີ່ດິນແຫ່ງຊາດ, ພ້ອມນັ້ນ ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອສືບຕໍ່ພິຈາລະນາ ແລະ ປະກາດນຳໃຊ້ໃນຂັ້ນຕໍ່ໄປໂດຍໄວ.
ມາດຖານຂອງການສ້າງຕັ້ງເປັນນະຄອນ ມີ8ມາດຖານສຳຄັນດັ່ງນີ້
1 .ຕ້ອງມີພົນລະເມືອງ 60.000 ຄົນ,
2.ຄວາມໜາແໜ້ນຂອງພົນລະເມືອງ 25ຄົນ/ກິໂລຕາແມັດ
3.ມາດຖານອາຊີບກະສິກອນ ບໍ່ເກີນ 25%,
4.ມາດຖານທາງປູຢາງ-ທາງເບຕົງ ໃນເທສະບານ ກວມ 90%
5.ມາດຖານຄອບຄົວໃຊ້ໄຟຟ້າ 100%,
6.ນອກນັ້ນກໍມີມາດຖານການໃຊ້ນໍ້າສະອາດ-ນໍ້າປະປາ
7.ດ້ານງົບປະມານ ກຸ້ມຕົນເອງ ໃນການໃຊ້ຈ່າຍປົກກະຕິ
8.ມາດຖານບ້ານພັດທະນາ
ພາບ ແລະ ຂ່າວ: