ພິທີພົບປະ ແລະ ເຊັນບົດບັນທຶກ ລະຫວ່າງ ແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ມະຫາວິທະຍາໄລ ຣາດສະພັດ ແລະ ມະຫາວິທະຍາໄລ ການຈັດການ ແລະ ເຕັກໂນໂລຊີ ອີສເທິນ ຈັງຫວັດອຸບົນຣາດຊະທານີ ຣາດຊະອານາຈັກໄທ ໃນຄັ້ງວັນທີ 6 ມີນາ 2019 ທີ່ແຂວງສາລະວັນ ສປປ ລາວ.
ໃນຕອນບ່າຍວັນທີ 6 ມີນາ 2019 ທີ່ຜ່ານມານີ້,ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບຈັດພິທີພົບປະ ແລະ ເຊັນບົດບັນທຶກຮ່ວມມື, ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມ VIP ຊັ້ນ 2 ສະໂມສອນໃຫຍ່ຂອງແຂວງສາລະວັນ,ຄະນະຜູ່ແທນຝ່າຍອົງການປົກຄອງແຂວງ ສາລະວັນນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກ – ເຈົ້າແຂວງໆສາລະວັນ ເປັນຫົວໜ້າຄະນະ( ຝ່າຍລາວ ) ແລະ ຄະນະຜູ່ແທນຝ່າຍໄທ ນໍາໂດຍ ທ່ານ ຮອງສາດສະດາຈານ ທຳມະຣັກ ລະອອງນວນ ອະທິການບໍດີມະຫາວິທະຍາໄລ ຣາດຊະພັດ ອຸບົນຣາດຊະທານີ ແລະ ທ່ານ ຮອງສາດສະດາຈານ ດຣ.ວີຣະສັກ ຈິນາຣັດ ອະທິການບໍດີມະຫາວິທະຍາໄລ ການຈັດການ ແລະ ເຕັກໂນໂລຊີ ອິສເທີນ ( ຝ່າຍໄທ).
ໃນພິທີຄັ້ງນີ້ ແມ່ນມີຄວາມໝາຍ ຄວາມສຳຄັນທີ່ສຸດ ໃນການຮ່ວມມືທັງສອງຝ່າຍ ໃນດ້ານວິຊາການ, ການສຶກສາ, ກະສິກຳ, ສາທາລະນະສຸກ, ການຄ້າ, ການທ່ອງທ່ຽວ ແລະ ເຊື່ອມຍົງຄວາມສຳພັນ ກັບ ປະເທດເພື່ອນບ້ານ ໂດຍສະເພາະແຂວງສາລະວັນ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາດຊະອານາຈັກໄທ.
ໃນໂອກາດດັ່ງກ່າວນັ້ນ ທັງສອງຝ່າຍກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຄວາມຮ່ວມມືດ້ານວິຊາການ ລະຫວ່າງ ແຂວງສາລະວັນ ກັບ ມະຫາວິທະຍາໄລ ຣາດຊະພັດ ແລະ ມະຫາວິທະຍາໄລ ການຈັດການ ແລະ ເຕັກໂນໂລຊີ ອິສເທີນ ອຸບົນຣາດຊະທານີ ແລະ ຕ່າງໜ້າອົງການປົກຄອງແຂວງສາລະວັນໂດຍ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ ແລະ ທ່ານ ຮອງສາດສະດາຈານ ທຳມະຣັກ ລະອອງນວນ, ອະທິການບໍດີມະຫາວິທະຍາໄລ ຣາດຊະພັດ ແລະ ທ່ານ ຮອງສາດສະດາຈານ ດຣ.ວີຣະສັກ ຈິນາຣັດ ອະທິການບໍດີມະຫາວິທະຍາໄລ ການຈັດການ ແລະ ເຕັກໂນໂລຊີ ອິສເທີນ ອຸບົນຣາດຊະທານີ, ໂດຍມີ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.