ທ່ານ ສຸພະສິດ ກໍຈະເລີນຍົດ ຮອງຜູ້ວ່າລາດຊະການແຂວງອຸບົນລາດຊະທານີ, ທ່ານ ວົງເທບ ເຂມວິລັດ ຮອງຜູ້ວ່າລາດຊະການແຂວງອຳນາດຈະເລີນ ແຫ່ງຣາຊະອານາຈັກໄທ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ສາລະວັນ.
ໃນຕອນບ່າຍຂອງວັນທີ 28 ກຸມພາ 2019 ທີ່ຜ່ານມານີ້, ທ່ານ ສຸພະສິດ ກໍຈະເລີນຍົດ ຮອງຜູ້ວ່າລາດຊະການແຂວງອຸບົນລາດຊະທານີ, ທ່ານ ວົງເທບ ເຂມວິລັດ ຮອງຜູ້ວ່າລາດຊະການແຂວງອຳນາດຈະເລີນ ແລະ ມີທ່ານກົງສູນໄຫຍ່ ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໃນໂອກາດດັ່ງກ່າວນີ້, ກໍໄດ້ເຂົ້າຢ້ຽມຂໍານັບ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກ – ເຈົ້າແຂວງໆ ສາລະວັນ ເຊິ່ງທ່ານ ໄດ້ສະແດງຄວາມຍີນດີຕ້ອນຮັບອັນອົບອຸ່ນ ແລະ ຂອບອົກຂອບໃຈ ຕໍ່ຄະນະຜູ້ແທນແຫ່ງຣາຊະອານາຈັກໄທ ຂອງການມາໃນຄັ້ງນີ້.
ທ່ານ ສຸພະສິດ ກໍຈະເລີນຍົດ ຮອງຜູ້ວ່າລາດຊະການແຂວງອຸບົນລາດຊະທານີ ກໍໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວໃນຄັ້ງນີ້, ເຊິ່ງທ່ານ ເຈົ້າແຂວງໆ ສາລະວັນ ກໍໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ສະແດງຄວາມຂອບອົກຂອບໃຈ ຕໍ່ຄະນະຜູ້ແທນແຫ່ງຣາຊະອານາຈັກໄທ ຂອງການມາໃນຄັ້ງນີ້, ນອກນັ້ນທ່ານ ວົງເທບ ເຂມວິລັດ ຮອງຜູ້ວ່າລາດຊະການແຂວງອຳນາດຈະເລີນ ພ້ອມດ້ວຍຄະນະຍັງໄດ້ມອບອຸປະກອນກິລາຈຳນວນຫນື່ງ, ພ້ອມດຽວກັນນັ້ນ ທັງສອງຝ່າຍກໍໄດ້ມອບເຄື່ອງທີ່ລະນຶກໃຫ້ກັນ ແລະ ກັນນຳອີກ.