ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ເມືອງຕຸ້ມລານ ແຂວງ ສາລະວັນ
ໃນຕອນເຊົ້າ ເວລາ 11:00 ວັນທີ 28 ມີຖຸນາ 2019 ທີ່ຜ່ານມາທີ່ເດີ່ນໂຮງຮຽນ ເມືອງ ຕຸ້ມລານ ແຂວງສາລະວັນ ໄດ້ຕ້ອນຮັບ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຕຸ້ມລານ ແຂວງ ສາລະວັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ – ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະປະຈໍາຂັ້ນແຂວງ ແລະ ເມືອງ.
ໃນໂອກາດເຄື່ອນໄຫວຢ້ຽມຢາມເມືອງຕຸ້ມລານ ແຂວງສາລະວັນຄັ້ງນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນການພັກ, ປະທານສະພາແຫ່ງຊາດ ໄດ້ພົບປະກັບຄະນະພັກ, ຄະນະປົກຄອງເມືອງ, ພະນັກງານວິຊາການທີກ່ຽວຂ້ອງຂອງເມືອງເຂົ້່ຮ່ວມຢູ່ທີ່ຫ້ອງປະຊຸມສະໂມສອນຂອງເມືອງ ຈາກນັ້ນໄດ້ຮັບຟັງການລາຍງານສະພາບການກ່ຽວກັບເຊື້ອພະຍາດອະຫິວາໝູອາຟຣິກາ ທີ່ກໍາລັງລະບາດຂື້ນທີ່ເມືອງ ຕຸ້ມລານ ແຂວງ ສາລະວັນ.
ອິງຕາມ ກົມລ້ຽງສັດ ແລະ ການປະມົງໄດ້ອອກແຈ້ງການກ່ຽວກັບກໍລະນີ ກວດພົບເຊື້ອອະຫິວາໝູອາຟຣິກາຢູ່ເມືອງຕຸ້ມລານ ແຂວງ ສາລະວັນເຊິ່ງແຈ້ງໃຫ້ຊາບວ່າ: ໃນວັນທີ 17 ມິຖຸນາ2019 ສູນວິໃຈພະຍາສັດ, ກົມສັດລ້ຽງ ແລະ ການປະມົງໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາຈໍານວນ 8 ຕົວຢ່າງທັງໝົດທີ່ສົ່ງກວດຈາກບ້ານທີ່ມີການລະບາດ 7 ບ້ານຄື: ບ້ານ ສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ບ້ານ ນາຮ່ອງໃຫຍ່ທີ່ຂື້ນກັບເມືອງ ຕຸ້ມລານ ແຂວງ ສາລະວັນ. ເພື່ອບໍ່ໃຫ້ພະຍາດແຜ່ອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບຕໍ່ການຜະລິດໝູ ແລະ ການດໍາລົງຊິວິດຂອງພໍ່ແມ່ປະຊາຊົນ ຈິງມີຄວາມຈໍາເປັນຕ້ອງໄດ້ຕ້ານ ແລະ ສະກັດກັ້ນຕອບໂຕ້ໃຫ້ສະຫງົບລົງໂດຍໄວ.
ດ້ວຍຄວາມເປັນຫ່ວງເປັນໃຍນໍາພໍ່ແມ່ປະຊາຊົນ ໃນຕອນບ່າຍຂອງວັນດຽວກັນທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນການພັກ, ປະທານສະພາແຫ່ງຊາດ ຍັງໄດ້ຕິດຕາມເບິ່ງຕົວຈິງຢູ່ບ້ານ ນາຮ່ອງໃຫຍ່ ແລະໂອ້ລົມກັບພໍ່ແມ່ປະຊາຊົນບໍ່ໃຫ້ເອົາຊີ້ນໝູທີ່ຕາຍມາບໍລິໂພກເປັນອາຫານໃນໄລນີ້ ເພື່ອການລະວັງຕໍ່ການຕິດເຊື້ອພະຍາດດັ່ງກ່າວນີ້ ແລະ ເປັນການຢຸດຢັ້ງບໍ່ໃຫ້ແຜ່ລະບາດອອກສູ່ວົງກວ້າງໄປສູ່ບ້ານຕ່ງໆທີ່ໃກ້ຄຽງ.