ການສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ
ໃນໂອກາດການສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ, ລັດຖະບານຫວຽດນາມ ໄດ້ປະດັບຫລຽນໄຊອິດສະຫລະ ໃຫ້ແກ່ການນຳແຂວງສາລະວັນ ທີ່ມີຜົນງານໃນການປະກອບສ່ວນ ຮັກສາມູນເຊື້ອຄຸນງາມຄວາມດີ, ຜົນງານໃນການປະກອບ ສ່ວນ ປົກປັກຮັກສາພັດທະນາ ເສດຖະກິດ-ສັງຄົມ ແລະ ການຮ່ວມມື, ໄມຕີຈິດມິດຕະພາບ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງ ແກ່ນຕະຫລອດໄປ.
ໃນວັນທີ 14 ສິງຫາ ຜ່ານມາ, ທ່ານ ຫງວຽນ ດັກ ກວິ່ງ ຮອງເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳແຂວງເຊີນລາ ຕາງໜ້າລັດຖະບານ ສສ ຫວຽດນາມ ປະດັບຫລຽນໄຊ ອິດສະຫລະ ຊັ້ນ 2 ໃຫ້ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ແລະ ປະຫລຽນໄຊອິດສະຫລະຊັ້ນ 3 ໃຫ້ ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກ ແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງສາລະວັນ, ທ່ານ ບຸນທຽມ ພົມມະສະຖິດ ຮອງເລຂາພັກແຂວງສາລະວັນ, ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ແລະ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ໂດຍມີການນຳທັງສອງແຂວງ ສາລະວັນ ແລະ ແຂວງ ເຊີນລາ ສສ ຫວຽດນາມ ເຂົ້າຮ່ວມ.
ພາບ ແລະ ຂ່າວ: ໜັງສືພິມສາລະວັນ