ກອງປະຊູມຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນລາວ-ຫວຽດນາມ (ແຂວງສາລະວັນ ກັບ ແຂວງເທືອທຽນເຫວ້)
ປະຕິບັດຕາມເນື້ອໃນຈິດໃຈ ບົດບັນທຶກການພົບປະ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງສາລະວັນ ສປປ ລາວ ກັບ ແຂວງເທືອທຽນເຫວ້ ສສ ຫວຽດນາມ ໃນຄັ້ງວັນທີ 20 ມັງກອນ 2015 ທີ່ຜ່ານມາ. ເວລາ 9:00 ໂມງ ຂອງວັນທີ 8 ເມສາ 2015 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງແຂວງສາລະວັນ ໄດ້ຈັດກອງປະຊຸມຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນ ລາວ-ຫວຽດນາມ (ແຂວງສາລະວັນ, ສປປ ລາວ ກັບ ແຂວງເທືອທຽນເຫວ້ ສສ ຫວຽດນາມ) ຂຶ້ນ. ຄະນະຜູ້ແທນຊີ້ນຳວຽກງານຊາຍແດນແຂວງສາລະວັນ ນຳໂດຍ ທ່ານ ສົມເລັດ ຈູລະມະນີ ຫົວໜ້າຫ້ອງວ່າການປົກຄອງແຂວງສາລະວັນ ແລະ ຄະນະຜູ້ແທນຊີ້ນຳວຽກງານຊາຍແດນແຂວງເທືອທຽນເຫວ້ ນຳໂດຍ ທ່ານ ຮ່ວງງັອກແຄັງ ຫົວໜ້າຫ້ອງວ່າການຄະນະກຳມະການປົກຄອງແຂວງເທືອທຽນເຫວ້; ມີຄະນະຜູ້ແທນ, ພະນັກງານ, ທະຫານ, ຕຳຫຼວດ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ຈຳນວນ 33 ທ່ານ, ຍິງ 1 ທ່ານ.
ກອງປະຊຸມຄັ້ງນີ້ຜູ້ແທນທັງສອງຝ່າຍ ໄດ້ຮ່ວມປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ໂດຍໄດ້ຕີລາຄາຄືນຜົນ ສຳເລັດ ແລະ ຂໍ້ຄົງຄ້າງ ໃນການຮ່ວມມືກັນຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ເປັນຕົ້ນ: ວຽກງານຄຸ້ມຄອງຊາຍແດນ; ວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ; ວຽກງານການຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງລັດ ຖະບານ ກ່ຽວກັບການແກ້ໄຂຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ; ວຽກງານຮ່ວມມືພັດທະນາເສດຖະກິດ ການຄ້າ ບໍລິເວນຊາຍແດນ, ດ່ານຊາຍແດນ, ການຄຸ້ມຄອງດ່ານ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ພ້ອມກັນນັ້ນ; ກອງປະຊຸມກໍ່ຍັງໄດ້ສຶບຕໍ່ປຶກສາຫາລືວາງທິດທາງແຜນການ ແລະ ລົງນາມຮ່ວມກັນ ໃນການ ຈັດຕັ້ງປະຕິບັດວຽກງານໃນຊຸມປີຕໍ່ໜ້າ