ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ (ແຂວງສາລະວັນ ສປປລາວ ແລະ ຈັງຫວັດອຸບົນຣາດຊະທານີ ຣາດຊະນາຈັກໄທ) ຄັ້ງທີ 9, ວັນທີ 11-13 ມີນາ 2015 ທີ່ແຂວງສາລະວັນ
ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ – ໄທ , ໄທ – ລາວ ລະຫວ່າງແຂວງສາລະວັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຈັງຫວັດ ອຸບົນຣາດຊະທານີ ຣາດຊະອານາຈັກໄທ ຄັ້ງທີ 9 ໄດ້ຈັດຂື້ນໃນຄັ້ງວັນທີ 11-13 ມີນາ 2015 ທີ່ແຂວງສາລະວັນ. ເຊິ່ງຄະນະຝ່າຍລາວນຳໂດຍ ທ່ານ ຄຳບຸ່ນ ດ້ວງປັນຍາ ເຈົ້າແຂວງໆສາລະວັນ ປະທານຄະນະກຳມະການຮ່ວມມືຮັກສາຄວາມຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ – ໄທ ແຂວງສາລະວັນ ເປັນປະທານຮ່ວມຝ່າຍລາວ ແລະ ຄະນະຝ່າຍໄທນຳໂດຍ ທ່ານ ປຣະທີບ ກີຣະຕິເລຂາ ຜູ້ວ່າຣາດຊະການ ຈັງຫັວດອຸບົນຣາດຊະທານີ ເປັນປະທານຮ່ວມຝ່າຍໄທ ເຊິ່ງມີພະນັກງານ ແລະ ເຈົ້າໜ້າທີ່ໆ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຕີລາຄາຄືນການປະຕິບັດບົດບັນທຶກກອງປະຊຸມ ຄະ ນະກຳມະການຮ່ວມມື ຮັກສາຄວາມສະຫົງບຮຽບຮ້ອຍ ຕາມຊາຍແດນ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄັ້ງທີ 8 ທີ່ຈັດຂຶ້ນຢູ່ຈັງຫວັດອຸບົນຣາດຊະທານີ ໃນຄັ້ງວັນທີ 12-13 ກັນຍາ 2013 ທີ່ຜ່ານມາ.ເຊີ່ງເຫັນວ່າສະພາບທົ່ວໄປ ຕາມບໍລິເວນຊາຍແດນລະຫວ່າງແຂວງສາລະວັນ ກັບ ຈັ່ງຫັວດອຸບົນຣາດຊະທານີ ມີຄວາມສະຫົງບຮຽບຮ້ອຍດີ, ເຈົ້າໜ້າທີ່ທັງສອງຝ່າຍມີການປະສານຮ່ວມກັນໃນເລື່ອງຕ່າງໆ ເຊີ່ງເປັນການສົ່ງເສີມການຮ່ວມມື ແລະ ສາຍພົວພັນອັນດີລະຫວ່າງສອງແຂວງ ໃຫ້ມີຄວາມແໜ້ນແຟ້ນຍີ່ງຂື້ນເພື່ອຜົນປະໂຫຍດທັງສອງຝ່າຍ, ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນສອງແຂວງ-ຈັງຫັວດ ໂດຍສົ່ງເສີມການຮ່ວມມືຫຼາຍດ້ານ ລະຫວ່າງ ພາກລັດ, ພາກເອກະຊົນ ແລະ ການຮ່ວມມືດ້ານເສດຖະກິດ ໂດຍສະໜັບສະໜູນໃຫ້ທັງສອງຝ່າຍເຂົ້າຮ່ວມເປັນປະຊາຄົມເສດຖະກິດອາຊຽນໃນປີ 2015 .
ນອກຈາກນັ້ນ; ກອງປະຊຸມຍັງໄດ້ສຶບຕໍ່ປືກສາຫາລື, ວາງທິດທາງແຜນການ ແລະ ລົງນາມຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນປີຕໍ່ໜ້າ ເພື່ອໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ ເປັນຕົ້ນ:
– ການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ.
– ບັນຫາການເດີນທາງຜ່ານແດນບໍລິເວນຊາຍແດນ ແລະ ການແກ້ໄຂບັນຫາບຸກຄົນສອງສັນຊາດ.
– ການພັດທະນາຈຸດຜ່ານດ່ານ ແລະ ຈັດລະບຽບສັນຈອນຕາມບໍລິເວນຊາຍແດນ.
– ການຮວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ.
– ການສົ່ງເສີມສະໜັບສະໜູນການຮ່ວມມືໃນການພັດທະນາສີມືແຮງງານ ແລະ ພັດທະນາຊັບພະຍາກອນມະນຸດ.
– ການຮ່ວມມື ແລະ ປ້ອງກັນຕະຝັ່ງເຈືອນ ແລະ ແກ້ໄຂບັນຫາເກີດຂື້ນຕາມລຳແມ່ນ້ຳຂອງ.
– ການສົ່ງເສີມຮ່ວມມືທາງດ້ານເສດຖະກິດ.
– ການພັດທະນາໂຄງສ້າງພື້ນຖານໂຄງລ່າງຮ່ວມກັນເພື່ອເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ແລະ ອື່ນໆ…
{gallery}/2014-2015/TANGPATHED/SARAVAN_UBON/{/gallery}